ສຳຫລັບການເຮັດວຽກໃນປັດຈຸບັນທີມີຄວາມຫຼາກຫຼາຍອາຊີບ ການເຮັດວຽກ ວັນຈັນຮອດ ວັນ ສຸກ ແລະ ມື້ພັກຜ່ອນ ວັນເສົາ – ວັນອາທິດ ບໍ່ແມ່ນການເຮັດວຽກຂອງທຸກຄົນ ຄຳຖາມທີ່ໜ້າສົນໃຈຂອງຫຼາຍຄົນທີ່ວ່າລະຫວ່າງວັນພັກຜ່ອນ ວັນເສົາ – ວັນ ອາທິດ “ ກັບ ວຽກທີ່ພັກໃນມື້ອື່ນໆ ຄວນຈະເລືອກວຽກແບບໄດ້ຫຼາຍກວ່າກັນ ເຊີ່ງໃນທາງປະຕິບັດແລ້ວການໄດ້ຢຸດພັກຜ່ອນນັ້ນແຕກຕ່າງກັນໄປຕາມລັກສະນະຂອງການເຮັດວຽກ ແລະ ວັນພັກຜ່ອນສຳຄັນແບບໃດ ເປັນຍັງເຮົາຕ້ອງໃຫ້ຄວາມສຳຄັນກັນທີພັກຜ່ອນ?
ວັນພັກຄື ວັນທີ່ໄດ້ພັກຜ່ອນຫຼັງຈາກທີ່ໄດ້ເຮັດວຽກຢ່າງໜັກມາທັງອາທິດ ເຊິ່ງເຮົາຈະໄດ້ໃຊ້ເວລາຂອງວັນພັກຜ່ອນເພື່ອເຮັດກິດຈຳອື່ນໆ ບໍ່ວາຈະເປັນການອອກກຳລັງກາຍ, ທ່ອງທ່ຽວ, ຫລີ້ນກິລາ ແລະ ເຮັດວຽກຕ່າໆ ຫຼື ເວລາພັກຜ່ອນຄວບຄູ່ກັນໄປ ເນື່ອງຈາກການພັກຜ່ອນຍັງບໍ່ພຽງພໍຈະເຮັດເກີດພາວະ Burnout Syndrome ທີ່ຈະຫລຸດປະສິດຕິພາບໃນການເຮັດວຽກໜ້ອຍລົງ ດັ່ງນັ້ນເຮົາຈີ່ງຕ້ອງພັກຜ່ອນຍ່າງເຕັ້ມທີ່ ເພື່ອໃຫ້ໄດ້ປະສິດທິພາບການເຮັດວຽກດີຂື້ນ ມາເບີ່ງນຳກັນເລີຍວ່າ ວັນພັກ ວັນເສົາ – ວັນອາທິດ ກັບວັນພັກຜ່ອນມື້ຕ່າງໆ ມີຂໍ້ດີ ແລະ ຂໍ້ເສຍແບບໃດ
ຂໍ້ດີ – ຂໍ້ເສຍການພັກຜ່ອນ ວັນເສົາ – ວັນອາທິດ
ສຳຫລັບການເຮັດວຽກມື້ວັນຈັນ – ວັນສຸກ ( ວັນພັກ ວັນເສົາ – ວັນອາທິດ) ເຊີ່ງເປັນມື້ທີ່ເຮັດວຽກແບບທົ່ວໄປຂອງພະງານຫ້ອງການ ພະນັກງານພາກລັດ – ພາກເອກະຊົນ ມີຂໍດີອັນຢ່າງໜື່ງ ມີເວລາໄດ້ຢູ່ກັບຄອບຄົວຫຼາຍຂື້ນ ໂດຍສະເພາະກຸ່ມທີ່ມີລູກກຳລັງຮຽນ, ມັກຈະເຮັດກິດກຳຕ່າງໆຮ່ວມກັບລູກ ໃນມື້ພັກຂອງທ້າຍອາທິດ ແລະ ຍັງພັກຜ່ອນແບບເຕັ້ມທີ່ ກັບວັນພັກຜ່ອນ ວັນເສົາ- ວັນອາທິດ ໂດຍບໍ່ໄດ້ຄິດກັງວົນເລື່ອງວຽກບໍ່ໃຫ້ວຸ້ຍວາຍໃຈ ຫຼາຍຄົນອາດຈະລຶ້ງເຄີຍກັບການເຮັດວຽກ 5 ວັນ / ອາທິດ ຫຼັງການເຮັດວຽກມາແຕ່ສະໃຫມ່ຮຽນ ຈົນເຮັດໃຫ້ເບີ່ງຂ້າມຂໍເສຍຂອງມື້ພັກຜ່ອນ ວັນເສົາ- ວັນອາທິດໄປ ເຊັ່ນ ຕ້ອງລາພັກມື້ເຮັດວຽກປົກກະຕິເພື່ອຕິດຕໍ່ວຽກກັບອົງກອນຕ່າງໆ, ການຕ້ອງພົບກຸ່ມຄົນຈຳນວນຫຼາຍທີ່ພັກຜ່ອນມື້ດຽວກັນໃນການຊື້ເຄື່ອງຕາມຮ້ານຊັບພະສີນຄ້າ ຫຼື ໄປທ່ຽວຕ່າງປະເທດ ສະຖານທີ່ຕ້າງໆ ພ້ອມກັນເປັນຕົ້ນ
ຂໍ້ດີ – ຂໍ້ເສຍການໄດ້ພັກຜ່ອນມື້ທຳມະດາທີ່ບໍ່ແມ່ນ ວັນເສົາ – ວັນອາທິດ
ປະເພດວຽກສ່ວນໃຫຍ່ທີ່ຈະບໍ່ຖືກປິດໃນວັນເສົາແລະວັນອາທິດແມ່ນຢູ່ໃນກຸ່ມບໍລິການເຊັ່ນ: ລູກຄ້າ, ພະນັກງານຂາຍ, ພະນັກງານບໍລິການ. ຢູ່ໃນສູນການຄ້າແລະອື່ນໆ. ວຽກປະເພດນີ້ຈະຕ້ອງປະຕິບັດກັບລູກຄ້າເປັນຈຳນວນຫລວງຫລາຍໃນວັນພັກຜ່ອນ ເຊິ່ງຕ້ອງການແຮງງານ ລວມທັງແຮງຈູງໃຈທີ່ດີ ແຕ່ການເຮັດວຽກໃນທ້າຍອາທິດເຮັດໃຫ້ມີລາຍຮັບຫຼາຍຂື້ນ, ເຊັ່ນວ່າລາງວັນ ສຳລັບຄົນທີ່ດຸໝັ່ນ, ປະໂຫຍດອີກອັນໜຶ່ງ ຂອງການມີເວລາພັກຜ່ອນໃນອາທິດ ໜຶ່ງ ເຖິງແມ່ນວ່າບໍ່ໄດ້ພັກໃນທ້າຍອາທິດ, ເຮົາບໍ່ຈຳເປັນຕ້ອງໄດ້ພົບກັບຫຼາຍໆຄົນທີ່ໄປພັກຜ່ອນທ້າຍອາທິດຮ່ວມກັນຢູ່ບ່ອນດຽວ. ສຳລັບຂໍ້ເສຍປຽບແມ່ນເຮັດວຽກໄດ້ເຖິງ 6 ມື້ / ອາທິດແລະມີເວລາພັກພຽງ 1 ວັນ, ບາງຄັ້ງນັ້ນບໍ່ພຽງພໍທີ່ຈະພັກຜ່ອນຢູ່ແຂວງອື່ນ. ຫຼືໄລຍະພັກຜ່ອນຍາວເຮັດໃຫ້ວັນພັກຜ່ອນກໍ່ຫນ້ອຍລົງເຊັ່ນກັນ
ເຖິງຢ່າງໃດກໍ່ຕາມ, ວຽກງານດັ່ງກ່າວມີລັກສະນະແຕກຕ່າງກັນ ແລະ ຜົນປະໂຫຍດໃນວັນພັກກໍແຕກຕ່າງກັນເຊັ່ນດຽວກັນ ສະນັ້ນ, ມັນບໍ່ຈຳເປັນຕ້ອງພັກທຸກວັນເສົາ – ອາທິດ,ແຕ່ສິ່ງທີ່ ສຳຄັນແມ່ນຄຸນນະພາບຂອງວຽກແລະລາຍຮັບຂອງເຮົາ.