ໃນລະຫວ່າງວັນທີ 16-20 ຕຸລາ 2019 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ). ຈັດໂດຍພະແນກແຮງງານ ແລະ ສະຫວັດດີການສັງຄົມ, ນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວເວີນ ມະຫາຊົນ ມີຕຳແໜ່ງງານຫວ່າງຫຼາຍກວ່າ 5.000 ຕຳແໜ່ງໃຫ້ສະໝັກ.
ການຈັດງານຄັ້ງນີ້ ເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກໃຫ້ຜູ້ທີ່ກຳລັງຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານມີເວທີພົບປະກັນ ແລ້ວນຳໄປສູ່ການຈ້າງງານ, ສ້າງເງື່ອນໄຂໃຫ້ຜູ້ອອກແຮງງານທີ່ຕ້ອງການພັດທະນາສີມືແຮງງານເຂົ້າເຖິງສະຖາບັນການສຶກສາ, ນອກຈາກນັ້ນ ຍັງເປັນການຫຼຸດຜ່ອນອັດຕາການຫວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນປະເທດ ແລະ ອື່ນໆ.
ປັດຈຸບັນ ມີຕຳແໜ່ງງານຫວ່າງທັງໝົດ 5.200 ຕຳແໜ່ງ, ຄາດວ່າຈະມີນັກຮຽນ-ນັກສຶກສາ, ຜູ້ຊອກວຽກເຮັດງານທຳ, ຜູ້ຕ້ອງການປ່ຽນວຽກໃໝ່ຫຼາຍກວ່າ 3.000 ຄົນ ແລະ ບັນດາມວນຊົນທົ່ວໄປເຂົ້າຮ່ວມງານໃນຄັ້ງນີ້ຫຼາຍກວ່າ 5.000 ຄົນ ແລະ ຄາດວ່າຜູ້ທີ່ຊອກວຽກເຮັດງານທຳຈະຖືກຄັດເລືອກບັນຈຸເຂົ້າໃນຕຳແໜ່ງຫວ່າງຂອງບັນດາຫົວໜ່ວຍແຮງງານ, ໂຄງການ ແະ ເຂດເສດຖະກິດພິເສດຈຳນວນ 1.500 ຄົນ.
ກິດຈະກຳທີ່ສຳຄັນໃນງານແມ່ນການຮັບສະໝັກງານ, ການໃຫ້ໃຫ້ຂໍ້ມູນຂ່າວສານດ້ານແຮງງານ, ຂໍ້ມູນກ່ຽວກັບການຝຶກອົບຮົມວິຊາຊີບ ແລະ ແນະນຳສາຍການຮຽນ, ເຜີຍແຜ່ເວັບໄຊ້ບໍລິການຈັດຫາງານສາທາລະນະຊົນ, ໄຟຟ້າອາຄານ, ເສີມສວຍ ແລະ ອື່ນໆ. ເຊິ່ງມີອົງການຈັດຕັ້ງພາກລັດ, ເອກະຊົນ, ຫົວໜ່ວຍແຮງງານ, ໂຄການ, ເຂດເສດຖະກິດພິເສດ, ບໍລິສັດ ຈັດຫາງານ, ສະຖາບັນການສຶກສາ, ສູນຝຶກວິຊາຊີບ ແລະ ມີບັນດາຊາວຄ້າຂາຍເຂົ້າຮ່ວມທັງໝົດ 300 ບູດທ໌.
ເຂົ້າຮ່ວມໃນພິທີເປີດງານມີ ທ່ານ ສີຫຸນ ສິດທິລືໄຊ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປອ. ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມບັນດາເມືອງ, ພະແນກການອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.