ເມື່ອເອີ່ຍເຖິງກົດໝາຍຜູ້ອອກແຮງງານຫຼາຍຄົນຈະຮູ້ສຶກວ່າເປັນເລື່ອງໄກຕົວ ແລະ ບໍ່ຄ່ອຍຈະກ່ຽວຂ້ອງກັບການເຮັດວຽກຫຼາຍພໍເທົ່າໃດ ແຕ່ໃນຄວາມເປັນຈິງແລ້ວ ກົດໝາຍແຮງງານ ບໍ່ແມ່ນເລື່ອງໄກຕົວ ແຕ່ເປັນເລື່ອງທີ່ຜູ້ອອກແຮງງານຕ້ອງຮູ້ເພາະເຮົາຈະໄດ້ປົກປ້ອງສິດຂອງຕົນເອງບໍ່ໃຫ້ນາຍຈ້າງມາເອົາລັດເອົາປ່ຽບເຮົາໄດ້
ລະບຽບການອອກແຮງງານນັ້ນ ມີຫຼາຍຢ່າງທີ່ລູກຈ້າງຕ້ອງຮູ້ ຫາກປະຕິເສດການໃສ່ໃຈກັບ ລະບຽບການ ດັ່ງກ່າວແລ້ວ ບໍ່ພຽງແຕ່ຈະຖືກເອົາປຽບຈາກການໃຊ້ແຮງງານແລ້ວ ແຕ່ຍັງຈະເຮັດໃຫ້ເຮົາອາດຈະຕ້ອງເສຍສິດທິທີ່ເຮົາຄວນຈະມີໄປຢ່າງງ່າຍດາຍ ລະບຽບການອອກແຮງງານພື້ນຖານທີ່ຜູ້ອອກແຮງງານຄວນຮູ້ມີດັ່ງຕໍ່ໄປນີ້:
ເວລາເຮັດວຽກຂອງເຮົາເທົ່າໃດ
ເວລາເຮັດວຽກປົກກະຕິຂອງຜູ່ອອກແຮງງານໃນທຸກຫົວຫນ່ວຍແຮງງານ ບໍ່ໃຫ້ເກີນ ຫົກວັນ ຕໍ່ອາທິດ ແລະ ແປດຊົ່ວໂມງຕໍ່ວັນ ຫຼື ອາທິດຫນຶ່ງບໍ່ໃຫ້ເກີນ ສີ່ສິບແປດຊົ່ວໂມງ ໂດຍບໍ່ຂຶ້ນກັບປະ ເພດການຮັບເງິນເດືອນ ຫຼື ຄ່າແຮງງານ, ເວລາພັກຜ່ອນ ເພື່ອຮັບປະທານອາຫານທ່ຽງ ບໍ່ໃຫ້ຫຼຸດ ຫົກສິບນາທີ່ ຊຶ່ງບໍ່ໃຫ້ນັບເຂົ້າໃນເວລາເຮັດວຽກ ປະຈຳວັນ
ສຳລັບອາຊີບ ຫຼື ຂະແຫນງການເສດຖະກິດໃດຫນຶ່ງທີ່ມີຄວາມຈຳເປັນ ຫົວຫນ່ວຍແຮງງານ ກໍສາມາດກຳນົດເວລາເຮັດວຽກສະເພາະໄດ້ ໂດຍການເຫັນດີຈາກອົງການຄຸ້ມຄອງວຽກງານແຮງງານ ພາຍຫຼັງມີການປຶກສາຫາລື ແລະ ເປັນເອກະພາບ ກັບອົງການສາມຝ່າຍ.
ໃນແປດຊົ່ວໂມງຕໍ່ມື້ນັ້ນມີຫຍັງແດ່ທີ່ຕ້ອງຄິດໄລ່ເຂົ້າໃນຊົ່ວໂມງເຮັດວຽກ
ເວລາທີ່ເສັຍໄປ ຊຶ່ງຕ້ອງຄິດໄລ່ເຂົ້າໃນຊົ່ວໂມງເຮັດວຽກປະຈໍາວັນ ມີ ດັ່ງນີ້:
- ເວລາກະກຽມດ້ານເຕັກນິກ ເລີ່ມຕົ້ນເຮັດວຽກ ແລະ ກ່ອນເລີກວຽກ
- ເວລາພັກຜ່ອນ ໃນບາງຂະແຫນງວຽກງານ ທີ່ເຮັດເປັນໄລຍະ ສຳລັບແຕ່ລະຂອດວຽກ ຫຼື ເປັນຜຽນງານຕໍ່ເນື່ອງກັນ ແຕ່ບໍ່ໃຫ້ເກີນ ສິບຫ້ານາທີ
- ເວລາພັກກິນເຂົ້າ ສີ່ສິບຫ້ານາທີ ສໍາລັບຫນ່ວຍງານ ທີ່ເຮັດວຽກເປັນຜຽນ
ນາຍຈ້າງມີສິດບັງຄັບໃຫ້ລູກຈ້າງເຮັດວຽກລ່ວງເວລາ ຫຼື ບໍ
ການເຮັດວຽກລ່ວງເວລາ ຫຼື ໂອທີ(Overtime) ໝາຍເຖິງເຮັດວຽກໃນຊ່ວງເວລາພິເສດ ທີ່ນອກເຫນືອຈາກການເຮັດວຽກໃນຊ່ວງເວລາປົກກະຕິ ແລະ ຕ້ອງມາຈາກການເຮັດວຽກທີ່ເປັນໄປດ້ວຍຄວາມສະໝັກໃຈ ນາຍຈ້າງບໍ່ມີສິດບັງຄັບໃຫ້ລູກຈ້າງເຮັດວຽກໂອທີໄດ້ ແຕ່ເຮົາສາມາດເຮັດວຽກໄດ້ເທົ່າທີ່ຈຳເປັນ ເຊັ່ນຖ້າເຮົາບໍ່ຢູ່ເຮັດວຽກຕໍ່ ຈະເຮັດໃຫ້ວຽກນັ້ນເກີດຄວາມເສຍຫາຍ ຫຼື ບໍ່ສາມາດສົ່ງມອບວຽກນັ້ນໃຫ້ລູກຄ້າໄດ້ທັນເວລາເຮົາກໍ່ອາດຈະເສຍສະລະເວລາເລັກໜ້ອຍ ເພື່ອເຮັດວຽກນັ້ນໃຫ້ສຳເລັດ ໃນລັກສະນະນີ້ແລ້ວ ບໍ່ຖືເປັນການບັງຄັບ ແຕ່ເປັນການສະໝັກໃຈທີ່ພະນັກງານຕ້ອງໃຫ້ຄວາມຮ່ວມມື
ໃນກົດໝາຍແຮງງານມາດຕາ 53 ຊົ່ວໂມງເຮັດວຽກເພີ່ມ ໃນເດືອນຫນຶ່ງກຳນົດ ບໍ່ໃຫ້ເກີນ ສີ່ສິບຫ້າຊົ່ວໂມງ ຫຼື ວັນຫນຶ່ງ ບໍ່ໃຫ້ເກີນ ສາມ ຊົ່ວໂມງ, ແຕ່ບໍ່ໃຫ້ເຮັດວຽກເພີ່ມໂມງເກີນ ສີ່ວັນ ຕິດຕໍ່ກັນ ເວັ້ນເສັຍແຕ່ ໃນກໍລະນີ ທີ່ມີເຫດສຸກເສີນ ເກີດ ຂຶ້ນ ເຊັ່ນ ໄພພິບັດ ຫຼື ເຫດບັງເອີນ ທີ່ຈະນຳຄວາມເສັຍຫາຍອັນໃຫຍ່ຫຼວງມາສູ່ຫົວຫນ່ວຍແຮງງານ, ໃນການເຮັດວຽກເພີ່ມໂມງ ແຕ່ລະຄັ້ງ ຜູ່ໃຊ້ແຮງງານ ຕ້ອງແຈ້ງລ່ວງຫນ້າ ແລະ ອະທິບາຍຄວາມ ຈຳເປັນໃນການເຮັດວຽກນີ້ ໃຫ້ຜູ່ອອກແຮງງານ ພ້ອມທັງຈ່າຍຄ່າແຮງງານເພີ່ມໂມງ ຕາມທີ່ໄດ້ກໍານົດໄວ້
ເຮົາມີສິດໄດ້ພັກຈັກວັນຕໍ່ອາທິດ
ຜູ້ອອກແຮງງານ ມີສິດໄດ້ພັກວຽກຢ່າງຫນ້ອຍ ຫນຶ່ງວັນ ຕໍ່ຫນຶ່ງອາທິດ ຫຼື ສີ່ວັນ ຕໍ່ເດືອນ, ຈະເປັນ ວັນອາທິດ ຫຼື ວັນໃດ ວັນຫນຶ່ງກໍໄດ້ ຕາມການຕົກລົງກັນ ລະຫວ່າງ ຜູ່ອອກແຮງງານ ກັບຜູ່ໃຊ້ແຮງງານ.
ວັນພັກທາງລັດຖະການ ແລະ ພັກບຸນປະເພນີໃດແດ່ທີ່ເຮົາມີສິດພັກວຽກ
ຜູ້ອອກແຮງງານ ມີສິດພັກວຽກ ໃນວັນພັກທາງລັດຖະການ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າ ແຮງງານປົກກະຕິ ດັ່ງນີ້:
- ວັນຊາດ ວັນທີ 2 ທັນວາ ພັກ ຫນຶ່ງວັນ;
- ວັນບຸນປີໃຫມ່ສາກົນ ວັນທີ 1 ມັງກອນ ພັກ ຫນຶ່ງວັນ;
- ວັນແມ່ຍິງສາກົນ ວັນທີ 8 ມີນາ ພັກ ຫນຶ່ງວັນ ສຳລັບເພດຍິງ;
- ວັນບຸນປີໃຫມ່ລາວ ພັກ ສາມວັນ;
- ວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ພັກ ຫນຶ່ງວັນ;
- ວັນຄູແຫ່ງຊາດ ວັນທີ 7 ຕຸລາ ພັກ ຫນຶ່ງ ວັນ ສຳລັບຄູ ແລະ ຜູ້ບໍລິຫານການສຶກສາ;
- ຜູ່ອອກແຮງງານຕ່າງປະເທດ ໃຫ້ພັກ ຫນຶ່ງວັນ ສຳລັບວັນຊາດຂອງຕົນ.
ໃນກໍລະນີ ວັນພັກທາງລັດຖະການ ຫາກກົງກັບວັນພັກປະຈຳອາທິດນັ້ນ ເຮົາກໍມີສິດພັກທົດແທນຄືນ ນອກຈາກນັ້ນຍັງສາມາດຕົກລົງກັນ ລະຫວ່າງ ຜູ່ໃຊ້ແຮງງານ ແລະ ເຮົາຜູ້ອອກແຮງງານສຳລັບວັນພັກບຸນປະເພນີສະເພາະຂອງເຮົາ ສຳລັບຊົນເຜົ່າຕ່າງໆທີ່ນອກເໜືອຈາກທີ່ໄດ້ກຳນົດມາຂ້າງເທິງ.
ເຮົາສາມາດພັກວຽກເນື່ອງຈາກເຈັບເປັນໄດ້ຈັກວັນ
ເຮົາຜູ້ອອກແຮງງານເມື່ອເກີດການເຈັບໄຂ້ໄດ້ປ່ວຍ ຫຼາຍຄົນຈະກັງວົນວ່າຈະຖືກບັງຄັບຈາກນາຍຈ້າງ ໂດຍສະເພາະແມ່ນຄົນທີ່ຫາກໍເຂົ້າເຮັດວຽກໃໝ່ ຈະຮູ້ສືກວ່າບໍ່ກ້າຂໍລາພັກເຈັບປ່ວຍກັບຫົວຫນ້າ ໃນກົດໝາຍແຮງງານມາດຕາ 56 ຜູ່ອອກແຮງງານ ທີ່ເຮັດວຽກຕາມລະບອບເງິນເດືອນ ມີສິດພັກວຽກ ຍ້ອນການເຈັບເປັນ ໂດຍມີ ການຢັ້ງຢືນຈາກແພດ ທັງຫມົດບໍ່ໃຫ້ເກີນ ສາມສິບວັນ ໃນຫນຶ່ງປີ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ເຕັມຕາມປົກກະຕິ
ສໍາລັບຜູ້ອອກແຮງງານ ທີ່ໄດ້ຮັບຄ່າແຮງງານ ເປັນວັນ, ເປັນຊົ່ວໂມງ, ຕາມຜະລິດຕະພັນ ຫຼື ຕາມການມອບເຫມົາ ທີ່ມີສັນຍາແຮງງານນຳກັນ ທີ່ເຮັດວຽກເກີນ ເກົ້າສິບວັນ ຈະໄດ້ຮັບເງິນຄ່າແຮງງານ ໃນເວລາພັກວຽກເນື່ອງຈາກການເຈັບເປັນ.
ເຮົາມີວັນພັກປະຈຳປີຫຼາຍປານໃດໃນ 1 ປີ
ສຳລັບຜູ້ອອກແຮງງານ ທີ່ໄດ້ເຮັດວຽກຕິດຕໍ່ກັນຄົບ ຫນຶ່ງປີ ມີສິດໄດ້ພັກປະຈຳປີ ສິບຫ້າວັນ. ສຳລັບຜູ້ອອກແຮງງານທີ່ເຮັດວຽກໃນຂະແຫນງວຽກງານ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 51 ຂອງກົດຫມາຍແຮງງານ ມີສິດພັກວຽກປະຈຳປີ ສິບແປດວັນ ໂດຍແມ່ນຜູ່ໃຊ້ແຮງງານ ເປັນຜູ່ກຳນົດວັນພັກດັ່ງກ່າວລ່ວງຫນ້າ ໃຫ້ຜູ່ອອກແຮງງານ ຫຼື ຕາມການຕົກລົງເຫັນດີ ລະຫວ່າງ ຜູ່ ໃຊ້ແຮງງານ ແລະ ຜູ່ອອກແຮງງານ
- ການພັກປະຈຳປີ ທັງສອງກໍລະນີຂ້າງເທິງນີ້ ຜູ່ອອກແຮງງານ ມີສິດໄດ້ຮັບເງິນເດືອນ ຫຼື ຄ່າ ແຮງງານ ເຕັມຕາມປົກກະຕິ.
- ວັນພັກປະຈໍາອາທິດ, ວັນພັກທາງລັດຖະການ, ວັນພັກບຸນປະເພນີ ແລະ ວັນພັກກິດທຸລະສ່ວນຕົວ ກໍບໍ່ໃຫ້ນັບເຂົ້າໃນວັນພັກວຽກປະຈຳປີ.
- ຖ້າຜູ່ອອກແຮງງານ ຫາກບໍ່ໄດ້ພັກວຽກປະຈໍາປີ ອັນເນື່ອງມາຈາກເຫດຜົນ ຂອງຜູ່ໃຊ້ແຮງງານນັ້ນ ຜູ່ໃຊ້ແຮງງານຕ້ອງໄດ້ຈ່າຍເງິນຄ່າແຮງງານເພີ່ມໃຫ້ຜູ່ອອກແຮງງານເທົ່າກັບ ຮ້ອຍສ່ວນຮ້ອຍ ຂອງຄ່າແຮງງານປົກກະຕິ ຕາມຈໍານວນວັນທີ່ບໍ່ໄດ້ພັກ.