ເລື່ອງທີ່ຮູ້ກັນດີທີ່ສຸດຂອງທຸກອົງກອນກໍຄື ຢາກໃຫ້ຄົນໃນອົງກອນ ສ້າງຄຸນຄ່າໃຫ້ຫຼາຍທີ່ສຸດກັບວຽກທີ່ຖືກມອບໝາຍ ເຊັ່ນ: ຢາກໃຫ້ຝ່າຍຂາຍໃນທຸກຊ່ອງທາງສ້າງຍອດຂາຍໃຫ້ໄປຕາມເປົ້າ, ຢາກໃຫ້ຝ່າຍບໍລິການ ສ້າງປະສົບການທີ່ດີໃຫ້ກັບລູກຄ້າໃຫ້ປະ ທັບໃຈທີ່ສຸດ, ຢາກໃຫ້ຝ່າຍຜະລິດ ຜະລິດສິນຄ້າອອກມາໃຫ້ມີຄຸນນະພາບທີ່ສຸດຫຼືມີນະວັດຕະກຳໃໝ່ໆອອກມາເພື່ອສາ້ງຄວາມໄດ້ ປຽບໃຫ້ຫຼາຍທີ່ສຸດ, ທັງໝົດນີ້ຄືຢາກແລະກໍຢາກ ໃຫ້ທຸກໜ່ວຍງານ ສ້າງສິ່ງທີ່ດີທີ່ສຸດໃຫ້ເກີດຜົນເປັນໄປຕາມເປົ້າໝາຍຂອງ ໜ່ວຍງານແລະອົງກອນ.
ບັນຫາຄື ມີຄວາມຢາກ,ມີຄວາມຕ້ອງການທຸກຢ່າງ ແຕ່ບໍ່ຢາກລົງທຶນ,ລົງແຮງ,ລົງເວລາ….ຢາກໄດ້ມາຟຣີໆ ແລະມີຂໍ້ອ້າງວ່າ ບໍ່ມີ ເວລາໃນການພັດທະນາຄົນໃນແຕ່ລະໜ່ວຍງານ, ບໍ່ມີງົບປະມານໃນການພັດທະນາບຸກຄະລາກອນ ….ອີກຂໍ້ອ້າງຫຼາກຫລາຍ
ເມື່ອມີຄວາມຢາກ ແຕ່ມີຂໍ້ອ້າງສາລະພັດທີ່ຈະບໍ່ລົງທຶນໃນການສ້າງ ແລະ ພັດທະນາຄົນ ຄວາມສູນເສຍທີ່ຈະເກີດຂື້ນກັບທຸກບ່ອນ ທີ່ເປັນແບບນີ້ ຈະອອກມາໃນທຳນອງນີ້:
ຝ່າຍຂາຍ
ເປັນທີ່ຮູ້ກັນວ່າ ຝ່າຍຂາຍຈະມີຄົນທີ່ເຮັດໜ້າທີ່ຂາຍ, ສ້າງຍອດຂາຍໄດ້ທະລຸເປົ້າໄດ້ບໍ່ພໍເທົ່າໃດຄົນ ແຕ່ຜູ້ທີ່ເຫຼືອສ່ວນ ຫລາຍຈະສ້າງໄດ້ບໍ່ເຖິງເປົ້າ ຫຼື ຫ່າງຈາກເປົ້າຫຼາຍ, ເມື່ອບໍ່ລົງທຶນສ້າງທິມຂາຍຢ່າງຖືກຕ້ອງ ບໍ່ມີການຝືກອົບຮົມການຂາຍ ຢ່າງຕໍ່ເນື່ອງ ຈະເຫີດບັນຫາອັດຕາການເຂົ້າ-ອອກຂອງທິມຂາຍສູງ ແຕ່ອັດຕາການ ຍັງຕໍ່າ ຄົນໃໝ່ເຂົ້າມາຂາຍບໍ່ໄດ້ກໍຢູ່ບໍ່ໄດ້ ບໍ່ຖືກເຊີນອອກກໍລາອອກຕັດໜ້າກ່ອນ ເປັນແບບນີ້ວົນໄປເລື້ອຍໆ. ເມື່ອລອງໄປຄິດຄຳນວນວ່າຄ່າໃຊ້ຈ່າຍໃນການຮັບຄົນເຂົ້າ-ອອກເລື້ອຍໆ ໝົດເງິນ, ເສຍເວລາໄປເທົ່າໃດ? ທີ່ສຳຄັນ ເປັນການເສຍໂອກາດໃນການສ້າງຍອດຂາຍ, ສ້າງລາຍໄດ້ໃຫ້ກັບ ອົງກອນ ຕໍ່ເດືອນ ເປັນເງິນເທົ່າໃດ? ໜັງກວ່ານັ້ນ ບາງທີ ອາດໂຊກຮ້ານ ມືດີທີ່ສ້າງຍອດຂາຍ ລາອອກໄປເຮັດເອງ ຫຼື ຖືກຄູ່ແຂ່ງ ຊື້ຕົວ ຍອດຂາຍແລະລາຍໄດ້ຫຼັກຂອງບໍລິສັດ ຈະເສຍໄປເທົ່າໃດ ແລະ ຕ້ອງໃຊ້ເວລາດົນປານໃດເຖິງຈະສາມາດສ້າງ ຍອດຂາຍມາ ທົດແທນໄດ້ ຫຼື ອາດຈະບໍ່ສາມາດສາ້ງຍອດຂາຍໄດ້ຫຼາຍເທົ່າເດີມອີກ ເພາະບໍ່ມີເວລາ, ບໍ່ລົງທຶນພັດ ນາທິມຂາຍແຕ່ທຳອິດ.
ຝ່າຍບໍລິການ
ກວ່າຈະໄດ້ລູກຄ້າແຕ່ລະລາຍບໍ່ງ່າຍ ກວ່າຈະເຮັດໃຫ້ລູກຄ້າຊື້ຊ້ຳ ໃຊ້ບໍລິການເປັນລູກຄ້າປະຈຳຍິ່ງ ຍາກ ແຕ່ເນື່ອງຈາກ ບໍລິສັດ ບໍ່ມີເວລາ ຫຼື ບໍ່ຄິດຈະພັດທະນາຄົນ ທີ່ຢູ່ໃນຝ່າຍບໍລິການທຸກຊ່ອງທາງ ວັນດີຄືນດີ ຝ່າຍບໍລິການອາດ ຄວບຄຸມອາລົມບໍ່ຢູ່ ຫຼຸດໃສ່ອາລົມ ຫຼື ສະແດງກິລິຍາບໍ່ດີກັບລູກຄ້າ ຈົນເຮັດໃຫ້ລູກຄ້າທີ່ເປັນລູກຄ້າປະຈຳ ຫຼື ລູກຄ້າລາຍໃຫຍ່ ບໍ່ສາມາດຮັດໄດ້ ຈົນຢຸດເປັນລູກຄ້າ ແລ້ວເງິນຫຼືລາຍໄດ້ ຂອງບໍລິສັດ ຈະເສຍໄປເທົ່າໃດ? ແລະ ເນື່ອງຈາກຝ່າຍບໍລິຫານບໍ່ໄດ້ຮັບການພັດທະນາ ໃນແຕ່ລະມື້ ທະຍອນທຳລາຍລູກຄ້າ ໃຫ້ຈາກໄປເທື່ອລະເລັກລະນ້ອຍ ເມື່ອຜູ້ຈັດການຮູ້ແລ້ວຈະຊ໋ອກ ຕົວຢ່າງ ແອັດມິນທີ່ເຮັດ ໜ້າທີ່ຕອບແຊັດລູກຄ້າໃນ ໂຊຊຽວມີເດຍ ທີ່ຍິງໂຄສະນາໄປແລ້ວ ກຸ່ມເປົ້າໝາຍສົນໃຈ ແຕ່ເນື່ອງຈາກພະນັກງານ ບໍ່ໄດ້ຖືກຝຶກ ມາແລະຂາດຈິດສຳນຶກໃນການໃຫ້ບໍລິຫານ ຂາດທັກສະໃນການຂາຍ ຄິດເບິ່ງແຕ່ລະມື້ ຈະສູນເວຍໂອ ກາດ ແລະ ສູນເສຍລາຍໄດ້ ເປັນເງິນເທົ່າໃດ?
ຝ່າຍຜະລິດ
ເມື່ອຝ່າຍຜະລິດ ຢືດຕິດກັບການເຮັດວຽກແບບເກົ່າໆຊ້ຳຊາກ ຈົນເບື່ອໜ່າຍ ອ່ອນລ້າລົງໄປທຸກມື້ທຸກ ວັນ ບາງທີອາດ ພົບບັນຫາພະນັກງານຂາດວິໄນ ຂາດລາມາຊ້າ ບໍ່ມີຄວາມຮັບຜິດຊອບ ເພາະທັງຫົວໜ້າ ແລະ ພະນັກງານ ບໍ່ໄດ້ຮັບການພັດທະນາ ສິນຄ້າຫຼືບໍລິການທີ່ດີ ຈະອອກມາຈາກຝ່າຍຜະລິດໄດ້ແນວໃດ ບໍ່ຕ້ອງເວົ້າເຖິງ ເລື່ອງນະວັດຕະກຳ ເອົາພຽງແຕ່ໃຫ້ຫຼຸດ ກົງກຳກົງ ກຽນ ທີ່ເຮັດວຽກໄປໃນແຕ່ລະມື້ ແຕ່ຂາດຄຸນນະພາບ ໃຫ້ລອດ ກ່ອນ ກໍພໍແຮງແລ້ວ.
ຝ່າຍອື່ນໆທີ່ເຫຼືອ
ຝ່າຍອື່ນອື່ນ ທີ່ເຫຼືອໃນອົງກອນ ແຕ່ລະຄົນທັງຫົວໜ້າແລະລູກນ້ອງ ນອກຈາກຈະບໍ່ປະສານງານ ກັນເອງ ຍັງ “ປະສານງາ” ກັນເອງ ທັງເພື່ອນຮ່ວມງານໃນຝ່າຍດຽວກັນ ທັງຫົວໜ້າກັບລູກນ້ອງບໍ່ເຂົ້າໃຈກັນ(ເພາະ ຫົວໜ້າຂາດພາວະເປັນຜູ້ນຳ ບໍ່ຮູ້ວີທີສື່ສານຢ່າງ ສ້າງສັນ ບໍ່ຮູ້ວິທີເປັນຜູ້ແນະນຳ ໃຫ້ລູກນ້ອງ) ບັນຫາຈິ່ງເກີດຂື້ນບໍ່ເວັ້ນມື້ ຈົນກະທັ້ງລາມໄປມີບັນຫາ “ປະສານງາ” ກັບຝ່າຍອື່ນ ທີ່ຕ້ອງກ່ຽວຂ້ອງ ຈົນກະທົບໄປເຖິງລູກ ຄ້າ ສ້າງປະສົບການທີ່ບໍ່ດີໃຫ້ລູກຄ້າໄດ້ຮັບບໍ່ເວັ້ນໃນແຕ່ລະມື້ລະວັນ ແມ່ນຫຍັງ ຈະເກີດຂື້ນ?
ສະຫຼູບແລ້ວ “ທຸກໜ່ວຍງານ” ທີ່ບໍລິສັດ ບໍ່ລົງທຶນໃນການສ້າງແລະພັດທະນາ ບຸກຄະລາກອນ ທຸກມື້ນີ້ກຳລັງ “ຮ່ວມ ແຮງຮ່ວມໃຈ” ກັນແບບບໍ່ຮູ້ຕົວໃນການສ້າງຄວາມເສຍຫາຍຢ່າງມະຫາສານທັງລາຍໄດ້ແລະລູກຄ້າທີ່ເສຍໄປ ຈົນເຖິງເຄື່ອງໝາຍ ການຄ້າທີ່ກຳລັງ ຖົດຖອຍເສື່ອມລົງໃນທຸກມື້.