ບໍລິການສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

ລາຍລະອຽດ
1. Export Lao Workers to Thailand ສົ່ງແຮງງານລາວໄປເຮັດວຽກຢູ່ປະເທດໄທ
ແຮງງານລາວ ມີຄຸນລັກສະນະໃກ້ຄຽງກັບແຮງງານໄທຫຼາຍທີ່ສຸດ ຫຼາຍກວ່າ 90%ຂອງແຮງງານລາວສາມາດ ສື່ສານພາສາໄທໄດ້ຢ່າງດີ, ຄົນລາວມີວິຖີຊີວິດ-ວັດທະນະທຳຄ້າຍຄືກັບຄົນໄທ. ວຽກທີ່ເໝາະສົມສຳລັບແຮງ ງານລາວ ເປັນຕົ້ນແມ່ນ: ວຽກບໍລິການ ໂຮງແຮມ/ຮ້ານອາຫານ/ຮ້ານຄ້າ/ໂຮງງານ ແລະ ອື່ນໆ. ບໍລິການສົ່ງແຮງງານລາວໄປເຮັດວຽກຢູ່ປະເທດໄທ ມີ 2 ຮູບແບບຄື:
- New-MOU
ແມ່ນບໍລິການສັນຫາ-ຄັດເລືອກແຮງງານໃໝ່ ແລະ ດຳເນີນເອກະສານຂໍອະນຸຍາດສົ່ງອອກແຮງງານ ໄປໃໝ່.
- Re-MOU
ແມ່ນການບໍລິການດຳເນີນເອກະສານຂໍອະນຸຍາດຄືນໃໝ່ໃຫ້ແກ່ແຮງງານລາວທີ່ເຮັດວຽກຢູ່ປະເທດໄທທີ່ຍັງບໍ່ຖືກຕ້ອງຕາມກົດໝາຍ ເພື່ອເຮັດໃຫ້ຖືກຕ້ອງຕາມກົດໝາຍ.
2. Export Lao Workers to Korea ສົ່ງແຮງງານລາວໄປເຮັດວຽກຢູ່ປະເທດເກົາຫລີ
ໄອຈອບ ແມ່ນບໍລິສັດຊັ້ນນຳໃນການສົ່ງແຮງງານລາວໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ ໃນຂະແໜງ ການກະສິກຳ ປູກຝັງ/ລ້ຽງສັດ/ປະມົງ ແລະ ໂຮງງານປຸງແຕ່ງສິນຄ້າກະສິກຳ.
3. Export Lao Workers to Japan ສົ່ງແຮງງານລາວໄປເຮັດວຽກຢູ່ປະເທດຍີ່ປຸ່ນ
ໄອຈອບ ຈັດສົ່ງແຮງງານລາວໄປເຮັດວຽກຢູ່ຍີ່ປຸ່ນ ໃນຫຼາຍຂະແໜງການ ເຊັ່ນ: ຂະແໜງກະສິກຳ, ຕັດຫຍິບ, ຂະແໜງການໂຮງງານ, ຮ້ານອາຫານ ແລະ ອື່ນໆ