ເຕັກນິກເພີ່ມປະສິດທິພາບໃກນານເຮັດວຽກຂອງຄົນໄວໜຸ່ມ
ເວລາ 24 ຊົ່ວໂມງຂອງຄົນເຮົາບໍ່ເທົ່າກັນ ການເຮັດວຽກໃຫ້ມີປະສິດທິພາບຫຼາຍຫຼືໜ້ອຍຂຶ້ນຢູ່ກັບແຕ່ລະບຸກຄົນ ວ່າຈະບໍລິຫານຈັດການຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດໄດ້ພຽງໃດ, ຫຼາຍຄົນຄິດວ່າການເຮັດວຽກທີ່ມີປະສິດທິພາບຂຶ້ນຢູ່ກັບປັດໄຈຫຼາຍຢ່າງ ບໍ່ວ່າຈະເປັນອົງກອນ, ເຈົ້ານາຍ, ເພື່ອນຮ່ວມງານ, ສະພາບແວດລ້ອມ ແລະ ຊັບພະຍາກອນທີ່ອົງກອນຈັດສັນໃຫ້ ແຕ່ສິ່ງທີ່ກ່າວມາທັງໝົດເປັນພຽງປັດໄຈພາຍນອກ ທີ່ເຮົາເກືອບຈະບໍ່ສາມາດບໍລິຫານຈັດການໄດ້ຢ່າງຂາດຕົວ ສິ່ງດຽວທີ່ເຮົາເຮັດໄດ້ງ່າຍທີ່ສຸດຄື ການບໍລິຫານຈັດການຕົນເອງ, ຄວບຄຸມຕົນເອງ ອັນຈະນຳມາສູ່ການພັດທະນາ ແລະ ເພີ່ມປະສິດທິພາບໃນການເຮັດວຽກຂອງເຮົາ. ຫາກແບ່ງເປັນຫຼຽນ 2 ດ້ານ: ດ້ານໜຶ່ງຄື ການເພີ່ມປະສິດທິພາບໃຫ້ກັບຕົວເຮົາເອງດ້ວຍຕົວເຮົາເອງ ມີເຕັກນິກງ່າຍໆດັ່ງນີ້: 1. ໃຊ້ຊີວິດຢ່າງມີເປົ້າໝາຍ ຮູ້ກຳນົດຈຸດປະສົງ ແລະ ກຳນົດເປົ້າໝາຍຂອງສິ່ງທີ່ຈະເຮັດ ເພື່ອເປັນເຂັມທິດໃນການເຮັດວຽກ 2. ວາງແຜນດີມີໄຊໄປກວ່າເຄິ່ງ ການຮູ້ຈັກວາງແຜນແຕ່ລະຢ່າງຈະເຮັດໃຫ້ເຮົາຮູ້ຈັກວ່າຈະສຸມໃສ່ຈຸດໃດໃນໜ້າວຽກແຕ່ລະຢ່າງ ແລະ ຕ້ອງຊັດເຈນພາຍໃຕ້ກອບເວລາທີ່ແນ່ນອນ ພ້ອມປະຕິບັດຕາມຢ່າງເຂັ້ມງວດ. 3. ຈັດລຳດັບຄວາມສຳຄັນຂອງວຽກງານໃຫ້ເປັນ ເຊິ່ງເປັນສິ່ງທີ່ຍາກຫຼາຍສຳລັບພະນັກງານຫ້ອງການ ເພາະວຽກທີ່ເຂົ້າມາຈະເຂົ້າມາຕະຫຼອດ ແລະ ຫຼາກຫຼາຍ ຕ້ອງຮູ້ຫຼັກການບໍລິຫານຈັດການວຽກສຳຄັນ ແລະ ວຽກເລັ່ງດ່ວນໃຫ້ເປັນນິໄສ. 4. ທັດສະນະຄະຕິດ້ານບວກ ຊ່ວຍໃຫ້ເຮົາເຮັດວຽກໄດ້ຢ່າງສະບາຍໃຈ, ຫຼຸດຜ່ອນຄວາມຄຽດ, ປ່ຽນວິກິດໃຫ້ເປັນໂອກາດໄດ້ 5. ມະນຸດສຳພັນຊ່ວຍເຮົາໄດ້ບໍ່ຫຼາຍກໍ່ໜ້ອຍ ຫຼາຍຄັ້ງເມື່ອຕ້ອງເຮັດວຽກປະສານງານກັບຫຼາຍຄົນ,…
Details