ຄະຕິສອນໃຈ ໄຂ່ 1 ໜ່ວຍ ຈາກໂຄລຳບັສ ນັກເດີນເຮືອຊາວແອັດສະປາຍ
ມື້ໜຶ່ງໃນງານລ້ຽງສະເຫຼີມສະຫຼອງຄວາມສຳເລັດຂອງ “ໂຄລຳບັສ” (Columbus) ທີ່ກະສັດແອັດສະປາຍຈັດຂຶ້ນ ຂຸນນາງທີ່ບໍ່ພໍໃຈ ໂຄສຳບັສ ມາດົນ ກໍ່ໄດ້ກະແຫະກະແຫນໂຄລຳບັດດ້ວຍເຫດຜົນເກົ່າໆເດີມໆ “ການທີ່ເດີນເຮືອອອກໄປ ແລ້ວພົບແຜ່ນດິນໃໝ່… ທີ່ມີຢູ່ແລ້ວແມ່ນໃຜກໍ່ເຮັດໄດ້” ໂຄລຳບັສ ບໍ່ຕອບໂຕ້ ແລ້ວຈັບໄຂ່ຂຶ້ນມາໜ່ວຍໜຶ່ງ ທ່ານຕັ້ງໄຂ່ນີ້ໃຫ້ເບິ່ງດຸ ຂຸນນາງຮັບໄຂ່ມາ ແລະ ພະຍາຍາມຕັ້ງໄຂ່ໃຫ້ໄດ້ ແຕ່ເມື່ອປ່ອຍມື ໄຂ່ກໍ່ລົ້ມລົງທຸກໆຄັ້ງ ຂຸນນາງເລີຍເວົ້າວ່າ ບໍ່ມີໃຜຕັ້ງໄຂ່ໄດ້ດອກ ຫຼື ວ່າທ່ານຕັ້ງໄດ້? ໂຄລຳບັດ ຈັບໄຂ່ໜ່ວຍນັ້ນມາ ແລະ ທຸບຄ່ອຍໆໃຫ້ໄຂ່ບຸ້ມ ຈາກນັ້ນລາວກໍ່ຕັ້ງໄຂ່ຢູ່ເທິງໂຕະ… ໄຂ່ໜ່ວຍນັ້ນບໍ່ລົ້ມ ຂຸນນາງໂວຍວາຍສຽງດັງທັນທີ ແບບນີ້ຜູ້ໃດກໍ່ເຮັດໄດ້…! ໂຄລຳບັສ ຍິ້ມຕອບ ແລ້ວຍ່າງອອກຈາກໂຕະ ພ້ອມກັບກ່າວວ່າ “ແລ້ວເປັນຫຍັງທ່ານຄືບໍ່ເຮັດ?” ມັນກໍ່ຄືກັບຄວາມສຳເລັດ ທີ່ບາງຄົນບໍ່ເຮັດຫຍັງຖ້າແຕ່ເວົ້າໃຫ້ໝູ່ ແລ້ວເປັນຫຍັງເຂົາເຈົ້າຄືບໍ່ເຮັດ ດັ່ງນັ້ນ, ຢ່າໄປໃສ່ໃຈກັບຄຳເວົ້າເຫຼົ່ານັ້ນ ໃຫ້ເຮົາເບິ່ງໄປທີ່ເປົ້າໝາຍ ແລ້ວສ້າງຄວາມສຳເລັດໃຫ້ໄດ້ ເພື່ອຕອບກັບຄຳເວົ້າຂອງຄົນເຫຼົ່ານັ້ນໃຫ້ອັດແກບທີ່ສຸດ.
Details