ພາຍຫລັງງານຕະຫຼາດນັດແຮງງານ 2019 ທີ່ຫາກໍຈົບໄປໃນອາທິດຜ່ານມາຫຼາຍຄົນກໍໄດ້ໄປຮ່ວມ ແລະ ສະໝັກໃນ ຕຳແໜ່ງງານທີ່ມຸ້ງຫວັງຂອງຕົນ ຫຼາຍບໍລິສັດທີ່ມີຄວາມຮີບດ່ວນກໍ່ໄດ້ເອີ້ນເຂົ້າໄປສຳພາດແດ່ແລ້ວ ແລະ ຫລາຍບໍລິສັດກໍ ກະກຽມສູ່ຕົ້ນເດືອນໃໝ່ ໃນນັ້ນທີ່ສິ່ງເປັນປະສົບການໃນການສຳພາດງານທີ່ຢາກບອກເລົ່າໃຫ້ກັບຜູ້ຈະສຳພາດໃໝ່ ຫຼື ໄດ້ສຳພາ ສຶກສານຳກັນວ່າ ເປັນຫຍັງເຮົາໄປສຳພາດແລ້ວຈິ່ງບໍ່ໄດ້ວຽກເຮັດທັງທີ່ກຽມປະຫວັດມາເປັນຢ່າງດີ, ສະໝັກວຽກທັນທີທີ່ຕຳແໜ່ງງານນັ້ນໆເປີດຮັບ ແລະ ໄດ້ຮັບການສຳພາດວຽກແລ້ວ ແຕ່ສຸດທ້າຍ ວຽກທີ່ໜາຍໜັ້ນປັ້ນມືຢາກຈະໄດ້ນັ້ນກັບຫຼຸດລອຍໄປຢ່າງບໍ່ໜ້າເຊື່ອ ບໍ່ເຊື່ອກໍຕ້ອງເຊື່ອວ່າສາເຫດຂອງຄວາມຜິດພາດນັ້ນສ່ວນໜຶ່ງກໍເປັນເພາະເຮົາເອງມາເບິ່ງກັນວ່າມີສາເຫດໃດແດ່ທີ່ເຈົ້າຜິດພາດຈົນບໍ່ໄດ້ວຽກ
ປະຫວັດສະໝັກວຽກຍັງບໍ່ດີພໍ
ທຸກຄັ້ງທີ່ສະໝັກວຽກ ການສົ່ງປະຫວັດສະໝັກວຽກ ຄວນສັ້ນ, ກະທັດຮັດ ບໍ່ຍືດເຍື້ອ, ປະຫວັດ ສະໝັກວຽກທີ່ມີຈຳນວນຫຼາຍໜ້າ ອາດເຮັດໃຫ້ຝ່າຍບຸກຄົນຕັດສິນໃຈເອົາໃບສະໝັກວຽກຂອງຜູ້ສະໝັກຄົນອື່ນມາພິຈາລະນາແທນມີຫຼາຍໆຄົນທີ່ຄິດວ່າປະຫວັດ ສະໝັກວຽກນັ້ນ ຄວນຈະ “ຍັດ” ຂໍ້ມູນທຸກໆສິ່ງທຸກຢ່າງສຳລັບປະສົບການເຮັດວຽກເອົາໄວ້ ເຮັດໃຫ້ຍາກເກິນຈະໃສ່ລົງໃນໜ້າດຽວ ແຕ່ຢ່າງໜ້ອຍກໍບໍ່ຄວນເກີນ 2 ໜ້າ ເລື່ອງນີ້ມີເຫດຜົນງ່າຍໆ ໃນຖານະ HR ຈະເບິ່ງວ່າເປັນຄວາມພາຍາຍາມທີ່ຫຼາຍເກີນໄປແຕ່ຍັງລວມເຖິງເປັນການບົ້ງບອກວ່າເປັນຫຍັງເຈົ້າຈຶ່ງປ່ຽນວຽກຕະຫຼອດ ແລະ ອີກເລື່ອງທີ່ຫຼາຍໆຄົນມັກຈະຜິດພາດກັນງ່າຍໆກໍຄືການກວກເຊັກໂຕອັກສອນໃຫ້ຖືກຕ້ອງກ່ອນຢື່ນສະໝັກວຽກເຊື່ອບໍ່ວ່າຂໍ້ຜິດພາດພຽງເລັກນ້ອຍເຮັດໃຫ້ນາຍຈ້າງເລິກພິຈາລະນາໃບສະໝັກວຽກຂອງເຈົ້າໄດ້
ລະບຸເຖິງໃຜໃຫ້ຊັດເຈນ
ລອງນືກເບິ່ງວ່າຖ້າມີຄົນຂຽນໜ້າອີເມວສະໝັກວຽກເຖິງທ່ານເຊັ່ນ “ຮຽນທ່ານຜູ້ກ່ຽວຂ້ອງ ຂ້ອຍ/ນ້ອງ ໄດ້ແນບ ປະຫວັດ ສຳລັບສະໝັກວຽກມາດ້ວຍ ຂອບໃຈ” ແນ່ນອນວ່າທ່ານຄົງກົດຂ້າມອີເມວນີ້ໄປກ່ອນ ຫຼື ບໍ່ກໍກົດລົບຖີ້ມໄປເລີຍ. ການລະບຸ ຫຼື ເຈາະຈົງ ເຖິງຜູ້ຮັບ ຊ່ວຍໃຫ້ຮັບຮູ້ເຖິງຄວາມພິເສດ ແລະ ໃສ່ໃຈເຖິງການສະໝັກວຽກຂື້ນກວ່າເກົ່າ ບົ່ງບອກວ່າຜູ້ສະໝັກວຽກມີຄວາມລະອຽດໃນວຽກຫຼາຍສຳໃດ ນອກຈາກນີ້ ການແນະນຳໂຕເອງພໍປະມານ ແລະ ເປັນຫຍັງຈຶ່ງເໝາະແກ່ຕຳແໜ່ງນີ້ເປັນສິ່ງທີ່ຄວານແນບໄປກັບ ປະຫວັດຂອງເຮົາເປັນຢ່າງດີ
ກົງຕໍ່ເວລາ
ເລື່ອງນ້ອຍໆທີ່ຫຼາຍຄົນພາດພຽງເພາະຄິດວ່າບໍ່ໜ້າຈະຊ້າ ຫຼື ຊ້າໜ້ອຍໜຶ່ງກໍຄົງບໍ່ເປັນຫຍັງ ແຕ່ທ່ານຮູ້ຫຼືບໍ່ວ່າຝ່າຍບຸກຄະລາກອນຫຼາຍໆຄົນທີ່ຕ່າງໃຫ້ຄວາມສຳຄັນຫຼາຍ ດັງຄຳກ່າວທີ່ວ່າ ເວລາເປັນເງິນ ເປັນຄຳ ແລະ ບໍລິສັດ ບໍ່ພິຈາລະນາທ່ານ ຖ້າມາສຳພາດວຽກບໍ່ກົງເວລາ ຕາມນັດ ເພາະເປັນການບົ່ງບອກວ່າ ທ່ານຍັງບໍ່ເປັນມື້ອາຊີບນັ້ນເອງເວັ້ນແຕ່ວ່າ ມີເຫດສຸກວິໄສແທ້ໆ ທີ່ບໍ່ສາມາດໄປສຳພາດວຽກຕາມເວລາທີນັດກັນໄວ້ ໃຫ້ໂທລະສັບຫາຜູ້ຮຽກສຳພາດເພື່ອບອກເຖິງເຫດທີ່ເຈົ້າໄປບໍ່ທັນ ຢ່າງນ້ອຍເຈົ້າກໍອາດຈະມີໂອກາດ ໄດ້ເລື່ອນນັດສຳພາດວຽກພາຍຫຼັງໄດ້
ຫ້າມຕົວະໂດຍເດັດຂາດ
ຂໍ້ຜິດພາດອັນໃຫ່ຍຫຼວງທີ່ສຸດໃນການສຳພາດຄືການໃຫ້ຂໍ້ມູນບໍ່ເປັນຈິງ ຫາກທ່ານຕົວະ ການຖືກຈັບໄດ້ນັ້ນມີໂອກາດຫຼາຍ ດັ່ງນັ້ນເລືອກບອກຄວາມຈິ່ງດີກວ່າ ສິ່ງໃດທ່ານາເຮັດໄດ້ ແລະ ສິ່ງໃດທີ່ທ່ານເຮັດບໍ່ໄດ້
ເຝົ້າຕິດຕາມຜົນ
ສຸດທ້າຍແລ້ວ ຫຼາຍໆຄົນອາດຈະໄດ້ວຽກ ເພາະການສຳພາດຜ່ານ ແຕ່ກັບພາດໃນສິ່ງທີ່ສຳຄັນໃນຂັ້ນຕອນສຸດທ້າຍ ນັ້ນຄື: ການຕິດຕາມຜົນການສຳພາດວຽກ, ຫາກທ່ານໄດ້ຮັບຜົນສຳພາດວຽກວ່າຜ່ານແລ້ວຢ່າງລືມການຕິດຕາມຜົນຕໍ່ ບໍ່ວ່າຈະເປັນເວລາໃນການເຊັ່ນສັນຍາ ເອກະສານທີ່ຍັງຂາດ…ເພາະເປັນການບົ່ງບອກວ່າທ່ານໃສ່ໃຈ ແລະ ຢາກຈະຮ່ວມງານກັບບໍລິສັດຢ່າງແທ້ຈິ່ງເພີ່ມເຕີມ ຫາກເຈົ້າຍັງຫາວຽກບໍ່ໄດ້ ເທັກນິກເລັກໆນ້ອຍໆທີ່ຊ່ວຍໃຫ້ທ່ານຫາວຽກໄດ້ດີຍິ່ງຂື້
ຫາວຽກຈາກຄົນທີ່ຮູ້ຈັກກັນ-ຫຼາຍບໍລິສັດເລືອກໃຊ້ວິທີ່ການຫາຄົນຈາກຄົນຮູ້ຈັກຂອງພະນັກງານ ເພາະພະນັກງານສາມາດລະບຸນິໄສໃຈຄໍຕ່າງໆໄດ້ ຮ່ວມເຖິງການຫາຄົນທີ່ຕ້ອງການຢາກຮ່ວມງານກັບບໍລິສັດໂດຍສະເພາະ (ເຖິງວ່າຈະບໍ່ມີຕຳແໜ່ງວ່າງກໍຕາມ)